Filtrar por género

SBS Lao - SBS ພາ​ສາ​ລາວ

SBS Lao - SBS ພາ​ສາ​ລາວ

SBS

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

3987 - ວ່າດ້ວຍ ເລື້ອງຍົກຍ້າຍຖິ່ນຖານ ໃນອອສເຕຣເລັຍ
0:00 / 0:00
1x
  • 3987 - ວ່າດ້ວຍ ເລື້ອງຍົກຍ້າຍຖິ່ນຖານ ໃນອອສເຕຣເລັຍ

    ຣັຖບານກາງ ກຳລັງພິຈາຣະນາ ກົດຫມາຍ ທີ່ຈະກຳໜົດການ ຈົດທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງຊາດ. ນີ້ແມ່ນສາເຫດມາຈາກວິກິດການຂາດທີ່ຢູ່ອາສັຍ. ແຕ່ ຫຼາຍຝ່າຍກໍກ່າວວ່າ ນັ້ນບໍ່ແມ່ນສາເຫດທີ່ແທ້ຈິງ.

    Tue, 21 May 2024 - 08min
  • 3986 - What were the Australian Wars and why is history not acknowledged? - ສົງຄາມອອສເຕຣເລັຍ ແມ່ນຫຍັງ ແລະເປັນຫຍັງ ປວັດສາດຈຶ່ງບໍ່ຖືກຍອມຮັບ?

    The Frontier Wars is a term often used to describe the more than 100 years of violent conflicts between colonial settlers and the Indigenous peoples that occurred during the British settlement of Australia. Even though Australia honours its involvement in wars fought overseas, it is yet to acknowledge the struggle that made it the country it is today. - ສົງຄາມຊາຍແດນ (The Frontier Wars) ເປັນຄໍາທີ່ມັກໃຊ້ ເພື່ອກ່າວເຖິງການຂັດແຍ່ງຢ່າງຮຸນແຮງ ເປັນເວລາ 100ກວ່າປີ ລະຫວ່າງ ພວກຕັ້ງຖິ່ນຖານ ໃນອານານິຄົມ ແລະຊົນເຜົ່າພື້ນເມືອງ ທີ່ເກີດຂຶ້ນ ໃນລະຫວ່າງການຕັ້ງຖິ່ນຖານ ຂອງອັງກິດ ໃນອອສເຕຣເລັຍ. ເຖິງແມ່ນວ່າ ອອສເຕຣເລັຍ ຈະໃຫ້ກຽດແກ່ການມີສ່ວນຮ່ວມ ໃນສົງຄາມຢູ່ຕ່າງປະເທດກໍຕາມ, ແຕ່ຍັງບໍ່ທັນ ຮັບການຕໍ່ສູ້ ທີ່ເຮັດໃຫ້ ອອສເຕຣເລັຍເປັນປະເທດ ທີ່ເປັນຢູ່ໃນປະຈຸບັນ.

    Tue, 21 May 2024 - 14min
  • 3985 - ສູນຊ່ອຍເຫຼືອຜູ້ຍິງກ່ຽວກັບຄວາມຮຸນແຮງໃນຄອບຄົວ

    ຜູ້ຍິງທີ່ມາຈາກພູມຫຼັງ ວັດທະນະທັມ ແລະພາສາທີ່ແຕກຕ່າງ ຈະພົບກັບອຸບປະສັກເພີ່ມຂຶ້ນ ເມື່ອຕ້ອງການຄວາມຊ່ອຍເຫຼືອ ກ່ຽວກັບ ຄວາມຮຸນແຮງໃນຄອບຄົວ.

    Tue, 21 May 2024 - 07min
  • 3984 - ລາຍງານ ງົບປະມານ 2024.

    ງົບປະມານ ປີ 2024 ໄດ້ຖືກສເນີຕໍ່ ຣັຖສະພາແລ້ວ. Allan Lee ລາຍງານ ວ່າມີຫຍັງແດ່ ຢູ່ໃນງົບປະມານນັ້ນ.

    Tue, 21 May 2024 - 08min
  • 3983 - ການກາຍພັນຂອງໄຂ້ຫວັດນົກ.

    ໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນອອສເຕຣເລັຍ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ ແລະນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.

    Tue, 14 May 2024 - 07min
Mostrar más episodios