Filtrer par genre
- 3978 - ຢາຮັກສາມະເຮັງເຕົ້ານົມໃໝ່ ໃນ ອອສເຕຣເລັຍ.
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.
Tue, 30 Apr 2024 - 07min - 3977 - ການຂວ້ຳບາດ ຣັສເຊັຍ
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ ເຮັດໃຫ້ມີຜູ້ຊ່ຽວຊານ ຮຽກຮ້ອງ ໃຫ້ມີການຂວ້ຳບາດ ທີ່ເຂັ້ມງວດ ແລະບັງຄັບໃຊ້ໄດ້ຫລາຍຂຶ້ນ.
Tue, 30 Apr 2024 - 08min - 3976 - ວັນໂລກ (Earth Day) 2024
ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.
Thu, 25 Apr 2024 - 06min - 3975 - ສຳພາດກ່ຽວກັບປີໃໝ່
ເນື່ອງໃນໂອກາດງານປີໃໝ່, ວິທຍຸ SBS ພາກພາສາລາວ ໄດ້ໂອ້ລົມແບບກັນເອງກັບຜູ້ອາວຸໂສ ກ່ຍວກັບຄວາມຮູ້ສຶກຂອງປີໃໝ່ລາວໃນ ອອສເຕຣເລັຍ.
Wed, 24 Apr 2024 - 04min - 3974 - ການຮ່ວມມືກັບຍີ່ປຸ່ນ ຂອງ AUKUS.
ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.
Wed, 24 Apr 2024 - 10min - 3973 - Navigating the implicit right to protest in Australia - ການໃຊ້ສິດ ໃນການປະທ້ວງໃນອອສເຕຣເລັຍ.
Every week, impassioned Australians take to the streets, raising their voices in protest on important issues. Protesting is not an offence, but protesters sometimes test the limits of the law with extreme and antisocial behaviour. The chance of running into trouble depends on where you’re protesting and how you behave. - ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງສຽງ ໃນການປະທ້ວງ ກ່ຽວກັບປະເດັນຕ່າງໆ. ການປະທ້ວງ ແມ່ນບໍ່ຜິດກົດຫມາຍ ແຕ່ບາງຄັ້ງ ພວກປະທ້ວງ ອາດຈະເຮັດເກີນຂອບເຂດຂອງກົດຫມາຍ ດ້ວຍພຶດຕິກັມ ທີ່ຕໍ່ຕ້ານສັງຄົມຢ່າງຮຸນແຮງ. ໂອກາດທີ່ຈະເກີດບັນຫາ ແມ່ນຂຶ້ນຢູ່ກັບວ່າ ທ່ານກໍາລັງປະທ້ວງຢູ່ບ່ອນໃດ ແລະການກະທຳຂອງທ່ານ.
Wed, 24 Apr 2024 - 11min - 3972 - ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ
ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.
Tue, 09 Apr 2024 - 06min - 3971 - Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
Tue, 09 Apr 2024 - 04min - 3970 - ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ.
ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.
Tue, 09 Apr 2024 - 05min - 3969 - Understanding bankruptcy and its consequences in Australia - ເຂົ້າໃຈການລົ້ມລະລາຍ ແລະ ຜົນກະທົບຂອງມັນໃນອອສເຕຣເລັຍ.
Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ອາດຈະເປັນວິທີດຽວ ທີ່ຈະຫຼຸດຜ່ອນ ຄວາມເດືອດຮ້ອນທາງດ້ານການເງິນ ໃນບາງກໍລະນີ. ຖ້າທ່ານ ມີປັນຫາໃນການຈັດການກັບຫນີ້ສິນຂອງທ່ານ, ການຍື່ນຂໍ ການລົ້ມລະລາຍ ອາດຈະເປັນທາງເລືອກຢ່າງນຶ່ງ.
Tue, 09 Apr 2024 - 11min - 3968 - ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ
ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.
Tue, 02 Apr 2024 - 07min - 3967 - ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນອອສເຕຣເລັຍ.
Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບໍຣິໂພກ ຕໍ່ຫົວທີ່ສູງສຸດເປັນອັນດັບເກົ້າຂອງໂລກ.
Tue, 02 Apr 2024 - 09min - 3966 - ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ
ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.
Tue, 02 Apr 2024 - 06min - 3965 - ປອກແຂນຕິດຕາມ ແລະຜູ້ເຮັດຜິດເຍົາວະຊົນ.
ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.
Tue, 02 Apr 2024 - 10min - 3964 - The importance of understanding cultural diversity among Indigenous peoples - ຄວາມສໍາຄັນ ຂອງການເຂົ້າໃຈຄວາມຫຼາກຫຼາຍ ທາງວັດທະນະທັມ ໃນບັນດາຊົນເຜົ່າພື້ນເມືອງ.
Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.
Tue, 26 Mar 2024 - 10min - 3963 - ຄວາມບາດໝາງລະຫວ່າງ Donald Trump ແລະ Kevin Rudd.
ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd. ທາງຣັຖບານ ອອສເຕຣເລັຍ ຍັງຢືນຢັນວ່າ ທ່ານ Kevin Rudd ຍັງຈະດຳລົງຕຳແໜ່ງຢູ່ ບໍ່ວ່າໃຜຈະໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອຳເມຣິກາກໍຕາມ.
Thu, 21 Mar 2024 - 06min - 3962 - ການຂາດທີ່ພັກອາສັຍຂອງຊາວຫນຸ່ມ.
ການວິຈັຍໃຫມ່ກ່ຽວກັບ ການຂາດທີ່ພັກອາສັຍ ຂອງຊາວໜຸ່ມ ສະແດງໃຫ້ເຫັນວ່າ ຫຼາຍຫມື່ນຄົນ ກໍາລັງສແວງຫາການຊ່ວຍເຫຼືອພຽງຢ່າງດຽວ, ແຕ່ຍັງດີ້ນລົນ ທີ່ຈະຊອກຫາການແກ້ໄຂ ຕໍ່ສະຖານະການຂອງເຂົາເຈົ້າ ໃນໄລຍະຍາວ.
Wed, 20 Mar 2024 - 05min - 3961 - How to prepare a job application: Tips for success - ການກຽມການສມັກວຽກ: ຄຳແນະນຳເພື່ອຄວາມສຳເລັດ.
When coming across an advertisement for a job that interests you, understanding the subsequent steps is crucial. Preparing the requisite documentation and comprehending the recruiter's expectations will enhance your likelihood of securing that position. - ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ ຈະເພີ່ມຄວາມເປັນໄປໄດ້ຂອງທ່ານ ໃນການໄດ້ຕໍາແຫນ່ງນັ້ນ.
Tue, 19 Mar 2024 - 11min - 3960 - ຜູ້ຂາດທີ່ຢູ່ອາສັຍ ກັບຄວາມຮ້ອນໃນ ອອສເຕຣເລັຍ.
ຜູ້ຂາດທີ່ຢູ່ອາສັຍ ຈະມີຄວາມສ່ຽງຫຼາຍກວ່າຕໍ່ຄວາມຮ້ອນ. ຕອນນີ້ ໃນອອສເຕຣເລັຍ ມີການສ້າງສູນຄວາມເຢັນ ເພື່ອຊ່ອຍບັນເທົາຄວາມຮ້ອນແກ່ ຜູ້ຂາດທີ່ຢູ່ອາສັຍ ແລະຜູ້ອາສັຍຢູ່ໃນ ເຮືອນພັກສັງຄົມ (Social Housing). ມີຄວາມຫວັງວ່າໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.
Tue, 12 Mar 2024 - 07min - 3959 - ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ
ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.
Tue, 12 Mar 2024 - 08min - 3958 - ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ.
ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.
Tue, 12 Mar 2024 - 08min - 3957 - What are Ramadan and Eid and how are they celebrated in Australia? - Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ?
As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month. - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.
Mon, 11 Mar 2024 - 08min - 3956 - ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ
ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.
Wed, 06 Mar 2024 - 06min - 3955 - ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ.
ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.
Wed, 06 Mar 2024 - 09min - 3954 - Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ.
In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກາຍເປັນສິ່ງທ້າທາຍຫລາຍຂຶ້ນ ທີ່ຈະແຍກແຍະລະຫວ່າງຄວາມຈິງ ແລະຄວາມບໍ່ຈິງ. ບໍ່ວ່າມັນຈະຖືກເອີ້ນວ່າເປັນຂ່າວປອມ, ຂໍ້ມູນທີ່ຜິດ, ຫລືຂໍ້ມູນບິດເບືອນ, ຜົນກະທົບກໍແມ່ນຄືກັນ—ເປັນການບິດເບືອນຄວາມຈິງ ທີ່ສາມາດໂນ້ມນ້າວຄວາມຄິດເຫັນ, ກຳໜົດຄວາມເຊື່ອ, ແລະແມ່ນແຕ່ ມີອິດທິພົນຕໍ່ການຕັດສິນໃຈທີ່ສໍາຄັນ.
Tue, 05 Mar 2024 - 13min - 3953 - ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ.
ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.
Tue, 05 Mar 2024 - 05min - 3952 - ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.
ໂຮກງູສວັດ (Shingles) ສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ. ມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຣກນີ້. ຕອນນີ້, ມີ ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.
Wed, 01 Nov 2023 - 08min - 3951 - ການບໍ່ຮູ້ກ່ຽວກັບໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ.
ການຄົ້ນຄວ້າເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ (Heart Valve Disease). ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ. ໂຣກນີ້ ຈະສົ່ງຜົນກະທົບຕໍ່ຜູ້ສູງອາຍຸ ຊຶ່ງຕອນນີ້, ຈຳນວນຜູ້ທີ່ອາຍຸສູງກວ່າ 60 ປີນັ້ນມີຫຼາຍ.
Thu, 29 Feb 2024 - 08min - 3950 - ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ.
ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.
Tue, 27 Feb 2024 - 06min - 3949 - ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ,
ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.
Tue, 27 Feb 2024 - 06min - 3948 - Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່?
Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່ານຈະມີວຽກເຮັດ.
Tue, 27 Feb 2024 - 11min - 3947 - ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)”
ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.
Wed, 21 Feb 2024 - 06min - 3946 - ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື.
ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.
Wed, 21 Feb 2024 - 04min - 3945 - ການຮັກສາຊາຍແດນ ຂອງ ອອສເຕຣເລັຍ.
ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.
Tue, 20 Feb 2024 - 07min - 3944 - What is the cultural significance of First Nations weaving? - ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ?
Weaving is one of the most complex and sophisticated examples of First Nations technology and culture. It produces objects of beauty, and the process itself has deep cultural significance. Weaving is a way to share knowledge, connect to people and country, invite mindfulness, and much more. - ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລິດວັດຖຸຂອງຄວາມງາມ, ແລະຂະບວນການນັ້ນ ກໍມີຄວາມສໍາຄັນ ທາງດ້ານວັດທະນະທັມ ຢ່າງເລິກເຊິ່ງ. ການຕ່ຳຜ້າແມ່ນວິທີການແບ່ງປັນຄວາມຮູ້, ເຊື່ອມຕໍ່ກັບປະຊາຊົນ ແລະປະເທດ, ສ້າງສະຕິ, ແລະອື່ນໆອີກ.
Tue, 20 Feb 2024 - 11min - 3943 - ຄົບຮອບ 77 ປີທີ່ລະເບີດປະຣະມານູຖືກຖິ້ມໃສ່ປະເທດຍີ່ປຸ່ນ
ລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກໄດ້ຖືກຖິ້ມໃສ່ປະເທດຍີ່ປຸ່ນ ແຕ່ອຳນາດທຳລາຍລ້າງຂອງລະເບີດເປັນສິ່ງທີ່ໜ້າຢ້ານກົວ. ທົ່ວໂລກກຳລັງພຍາຍາມຄວບຄຸມການໃຊ້ອາວຸດນິວເຄຼັຍ ແຕ່ຈະມີຜົນຫຍັງບໍ່?
Wed, 10 Aug 2022 - 05min - 3942 - ການຊ້ອມຣົບຢ່າງໃຫຍ່ຂອງຈີນໃກ້ກັບໄຕ້ຫວັນ
ຈີນໄດ້ມີການຊ້ອມຣົບໃກ້ກັບໄຕ້ຫວັນ. ແຕ່ເມື່ອຖືກທັກທ້ວງຈາກອອສເຕຣເລັຍ, ຈີນກໍຕອບໂຕ້ວ່າ ອອສເຕຣເລັຍບໍ່ຄວນສ້າງປັນຫາຕໍ່ຄວາມພົວພັນຂອງສອງປະເທດ. ແຕ່ທັງຣັຖບານແລະຝ່າຍຄ້ານກໍກ່າວວ່າ ຣັຖມົນຕີຕ່າງປະເທດ ເຮັດຖືກຕ້ອງແລ້ວ ທັງມີການເຕືອນວ່າ ຄວນຈະຕຽມພ້ອມເພາະຈີນມີເຈດຕະນາທີ່ຈະຍຶດຄອງໄຕ້ຫວັນ.
Tue, 09 Aug 2022 - 05min - 3941 - ການທ່ອງທ່ຽວໄທ ແລະ ກັນຊາ
ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.
Mon, 08 Aug 2022 - 05min - 3940 - ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi
ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ
Thu, 04 Aug 2022 - 05min - 3939 - ການແລກປ່ຽນຜູ້ຕ້ອງຫາຣະຫວ່າງອາເມຣິກາ ແລະ ຣັສເຊັຍ
ການແລກປ່ຽນຜູ້ຕ້ອງຫາຣະຫວ່າງປະເທດ ມັນບໍ່ງ່າຍ ໂດຍສະເພາະ ຣະຫວ່າງອາເມຣິກາ ແລະ ຣັສເຊັຍ ຊຶ່ງມີ ປັດໄຈ ອື່ນໆ ເຂົ້າມາກ່ຽວ.
Wed, 03 Aug 2022 - 06min - 3938 - ຊາວໜຸ່ມລາວເຮັດແນວໃດຈຶ່ງສຳເຣັດໃນດ້ານທະຣະກິດໂດຍມືເປົ່າ
ການກະທຳທຸຣະກິດ ບໍ່່ວ່ານ້ອຍຫຼືໃຫຍາ ແມ່ນມີຄວາມ ລ້ຳບາກແລະເປັນສິ່ງທີ່ຍາກຊາ ໂດຍສະເພາະຊາວໜຸ່ມ ທີ່ບໍ່ໄດ່ຄາບບ່ວງເງິນບ່ວງມາເກີດ ດັ່ງລູກເຕົ້າຂອງອົພຍົບ ລາວເຮົາ. ທ່ານ ພອນສິນ ໂຕໂຕ ບຸດກັສກາ ມາຢູ່ໃນອອສເຕັຍເລັຍ ກັບພໍ່ແມ່ນໃນຖານເປັນອົພພຍົບຈາກແຜ່ນດິນລາວ ໃນ ຄາວທີ່ຍັງດູດຂວັ້ນນົມຢູ່. ຕໍ່ຈາກນັ້ນ ເມ່ື່ອເຕີບໂຕຂຶ້ນແລ້ວກໍສຳເຮັດໃນດ້ານການ ສຶກສາຂັ້ນສູງໃນອອສເຕຼເລັຍແລ້ວອອກໄປຢູ່ໃນຕ່າງປະ ເທດທຳມາຫາກິນໃນດ້ານທຸຣະກິດການຄ້າໂດຍມືເປົ່າຕີນເປົ້າ ພ້ອມກັບຮຳ່ຮຽນຕໍໃນຂັ້ນສູງສຸດດ້ວຍ. ໃນການຣຽນຂັ້ນສູງສຸດແລະກະທຳທຸຣະກິດນັ້ນ ຖືໄດ້ວາ ປອ. ພອນສິນ ໂຕໂຕ ບຸດກັສກາ ມີຄວາມສຳ ເຣັດມາກມາຍແທ້ໆ ດັ່ງການສຳພາດທ່ານຊີ້ບອກໃຫ້ຮູ້ ເຫັນວ່າ :
Thu, 08 Jul 2021 - 14min - 3937 - ຫຼວງພະບາງໂຈະໄວ້ການສັກຢາວັກຊີນ ໂຄວິດ-19
ສປປລາວ ຂາດເຂີນຢາວັກຊີນ ໂຄວິດ-19 ແລະໂດຍສ່ວນໃຫຍ່ແລ້ວອາໄສ ການບໍ່ຣິຈາກຢານັ້ນຈາກຕ່າງປະເທດແລະ ໂຄແວກ. ໃນຫວ່າງນຶ່ງນີ້ມີຄົນມາກມາຍໄປໃຫ້ສັກຢາວັກຊີນ ໂຄວິດ-19 ທີ່ຖຶກຈັດຂຶ້ນ ໃນສາມແຫ່ງຂອງນະຄອນຫຼວງພະລາງ. ຈາກເຫດການນີ້ເກີດມີສໍຣະວົນແຍ່ງກັນ ເພື່ອຈະໃຫ້ສັກຢານັ້ນ ຈົນການສັກ ຢານັ້ນຶຖກປິດລົງແລະໂຈະໄວ້ຊົ່ວຄາວເສັນກ່ອນ. ແຕ່ລະບອນນັ້ນຂາດເຂີນຢາວັກຊີນ ໂຄວິດ-19 ເອົາແທ້ເອົາວ່າ.
Thu, 08 Jul 2021 - 06min - 3936 - ຄົນລາວໃນໄທຍ໌ລັ່ງເລໃຈໃນການຈະກັບປະເທດຍ້ອນຢ້ານຈະບໍ່ໄດ້ອອກອີກ
ໃນປະເທດໄທຍ໌ມີແຮງງານລາວມາກມາຍກາຍກອງ. ພວກເຫຼົ່ານີ້ມີບັນຫາກັບການບໍ່ມີວຽກເຮັດທຳຍ້ອນສະຖານະການນະພາບ ໂຄວິດ-19 ໃນໄທຍ໌ຂອງເວລານີ້. ຫວ່າງບໍ່ນານແລ້ວນີ້ພວກຂະເຈົ້າກັບປະທດ ສປປລາວ ໄດ້ໂດຍວິທີການອັນ ຖຶກຕ້ອງ. ເຖິງຈະເປັນດັ່ງນັ້ນກໍຕາມພວກຂະເຈົ້າລັ່ງເລໃຈທີ່ຈະກັບຍ້ອນຢ້ານກົວວ່າ ອາດຈະກັບຄືນໄປໄທຍ໌ບໍ່ໄດ້ ຖ້າໄດ້ກໍອາດຈະຍາກຈະຊາ.
Thu, 08 Jul 2021 - 04min - 3935 - ໂຄວິດ-19 ສາຍພັນ ແດນຕາ ມີຂຶ້ນໃນລາວແລ້ວບັດນີ້
ສປປລາວ ເປັນປະເທດນຶ່ງທີ່ ໂຄວິດ-19 ບໍ່ມັກບໍ່ຊອບປານໃດ ຄື ມີຄົນເປັນມັນບໍ່ຫຼາຍແລະຮ້າຍແຮງຫຼາຍ. ແຕບັດນີ້ ໂຄວິດ-19 ສາຍພັນ ແດນຕາ ທີ່ເປັນສາຍພັນໃໜ່ ແລະຮ້າຍແຮງຫຼາຍໄປຮອດຜືນແຜ່ນລາວແລ້ວ. ໃນຂັ້ນຕໍ່ໄປສະຖານະການນະພາບໃນ ສປປລາວ ຈະເປັນແນວໃດ ກ່ຽວກັບ ໂຄວິດ-19 ?
Thu, 08 Jul 2021 - 04min - 3934 - ປະເທດບ້ານໃກ້ເຮືອນຄຽງອອສເຕຼເລັຍໃນຂົງ ປາຊີຟິກ ຍາກຊາໃນການຄວບຄຸມ ໂຄວິດ-19
ສະຖານະພາບນະການກ່ຽວກັບ ໂຄວິດ-19 ໃນປະເທດ ຟີຊີ ຍັງເຮີະຮ້ານຂຶ້ນຢູ່ແລະ ຜູ້ສ່ຽວຊານທັງຫຼາຍບອກເຕືອນໃຫ້ ຟີຊີ ຄວນຕຽມໂຕສຳຮັບທີ່ຈະມີຄົນເປັນພະຍາດ ນັ້ນຫຼາຍຂຶ້ນຕື່ມ, ຖຶກພະຍາບານໂຕ, ແລະຕາຍໃນເດືອນນີ້. ການສັກຢາວັກຊີນ ໂຄວິດ-19 ຢ່າງວ່ອງໄວເປັນວິທີທາງດຽວ ເພື່ອທີ ຟີຊີ ຈະອອກຈາກວິດກິດ ໂຄວິດ-19.
Thu, 08 Jul 2021 - 06min - 3933 - ຮັຖບານອອສເຕຼເລັຍຕົກລົງກັນເອົາແຜນການສີ່ບາດກ້າວເພື່ອອອກຈາກ ລ໋ອກດາວ
ຄະນະຣັຖບານອອສເຕັຍເລັຍຕົກລົງກັນຮັບເອົາແລ້ວນະໂຍບາຍ ສີ່ບາດກ້ວາເພື່ອອອກຈາກ ລ໋ອກດາວ ແລະການຕ້ອງຫ້າມຕ່າງໆກ່ຽວກັບ ໂຄວິດ-19 ເມື່ອຄົນອອສເຕຼເລັຍຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ຕາມສົມ ຄວນແລ້ວ.
Thu, 08 Jul 2021 - 06min - 3932 - ຂ່າວສຳຮັຍຣະຍະ 05-7-21Thu, 08 Jul 2021 - 11min
- 3931 - ໄທຍ໌-ລາວ ປຶກສາຫາລືກັນເປີດຊາຍແດນຫຼາຍຕື່ມເພື່ອການຄ້າ
ພາຍຫຼັງ ໂຄວິດ-19 ແຜ່ຣະບາດຂຶ້ນໃນໄທຍ໌ແລະ ສປປລາວ ຊາຍແດນ ຣະຫວ່າງສອງປະເທດນັ້ນປິດແຈບ ແຕ່ກໍມີການເປີດມັນຂຶ້ນຫຼາຍແຫ່ງ ແລ້ວ. ໃນຫວ່າງນຶ່ງກ່ອນນີ້ທາງການໄທຍ໌ແລະ ສປປລາວ ໄດ້ປຶກສາຫາລືກັນ ເພື່ອເປີດຊາຍແດນນັ້ຍຕື່ມເພື່ອເເສຖກິດການຄ້າ.
Thu, 08 Jul 2021 - 05min - 3930 - ສປປລາວ ມອບສິ້ນສ່ວນຂອງຄົນສະຫະຣັດທີ່ຫາຍສາບສູນໄປໃນໜ້າທີ່ໃຫ້ແກສະຫະຣັດ
ໃນເສິກສົງຄາມໃນລາວມີຄົນຂອງປະເທດວຽດນາມເໜືອ, ໃຕ້, ສະຫະຣັດອະເມຣິກາ ແລະອື່ນສູນເສັຍຊີວິດໄປໃນເຂດນ້ຳແດນດິນລາວມາກມາຍ. ໃນຫວ່າງນຶ່ງນີ້ທາງການສະຫະຣັດອະເມຣິກາໄດ້ຮັບສິ້ນສ່ວນຂອງຄົນສະຫະຣັດທີ່ຫາຍ ສາບສູນໄປໃນລາວໃນຄາວນັ້ນ ເປັນຮວດໃໜ່ອີກແລ້ວ.
Thu, 08 Jul 2021 - 05min - 3929 - ຄົນໃນລາວທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຕັມສ່ວນ ເປັນໂຄວິດ-19
ຄົນໃນ ສປປລາວ ໄປໃຫ້ສັກຢາວັກຊີນ ໂຄວິດ-19 ຈົນຂາດເຂີນຢານັ້ນ. ໃນຫວ່າງນຶ່ງນີ້ທາງການ ສປປລວ ພົບເຫັນຄົນທີ່ຖຶກສັກຢານັ້ນຄົບສຸດແລ້ວ ເປັນ ໂຄວິດ-19.
Thu, 08 Jul 2021 - 05min - 3928 - ສັບປະດາ ເນດ໋ອກ : ສະຖານທີ່ສຳຄັນຂອງຄົນພື້ນເມືອງທີ່ຢູ່ໃກ້ທ່ານ
ສັບປະດາ ເນດ໋ອກ ເປັນເຫດການອັນນຶ່ງທີ່ຖຶກບົ່ງໄວ້ໃນປະຕິພີມ ອອສເຕຼເລັຍ. ອອສເຕຼເລັຍສເລີມສລອງ ສັບປະດາ ເນດ໋ອກ ໃນທຸກເດືອນກໍຣະກະ ດາເພື່ອຮັບຮູ້ປະຫວັດສາດ, ວັທນະທັມປະເພນີແລະຄວາມສຳເຣັດຂອງ ຄົນ ອາໂບຣີຊີໂນນແລະ ຊາວເກາະຕຊແລສເຕຼດ.
Thu, 08 Jul 2021 - 08min - 3927 - ມີການຮຽກຮ້ອງໃຫ້ຊາວໜຸ່ມໃນອອສເຕຼເລັຍໄປໃຫ້ສັກຢາວັກຊີນຍ້ອນສາຍພັນ ແດນຕາ ແຜ່ຜາຍ
ເມື່ອທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ທີ່ຕິດແປດກັນໄດ້ງ່າຍໆແລະ ແຕະຕ້ອງເດັກໆຢູ່, ມີການຮຽກຮ້ອງຕ້ອງການໃຫ້ຄົນຜູ້ໜຸ່ມນ້ອຍໃນອອສ ເຕຼເລັຍໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃນປັດຈຸບັນນີ້ວັຍລຸ້ນອາຍຸ 16 ປີແລະທີ່ແກ່ກ່ວາສາມາດຖຶກສັກຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ໃຫ້, ແລະກໍມີການເຊື່ອຖືວ່າໃນໄວໆນີ້ທາງການ ການຄວບຄຸມຢາໃນອອສເຕຼເລັຍຈະຮັບຮູ້ໃຫ້ຈັກຢານັ້ນໄດ້ແກ່ຄົນໃຂຂົັ້ນ ອາຍຸ 12 ຫາ 15 ປີ.
Thu, 08 Jul 2021 - 07min - 3926 - ພະຍາດ ສາຍພັນໃໜ່ ແດນຕາ ເປັນບັນຫາສຳຮັບການກະຕຸ້ນວັກຊີນ ໂຄວິດ-19
ໂຄວິດ-19 ສາຍພັນໃໜ່ ແດນຕາ ເປັນບັນຫາຕໍ່ແຜນການສັກຢາກະຕຸ້ນການສັກຢາ ວັກຊີນ ໂຄວິດ-19 ຂຶ້ນແລ້ວ. ສາຍພັນໃໜານັ້ນເປັນຊະນິທີ່ຮ້າຍແຮງກ່ວາສາຍພັນ ໂຄວິດ-19 ໃດໆທີ່ມີມາກ່ອນນີ້. ມັນແຜ່ຜາຍປິດແປດລາມໃສ່ກັນໄວຫຼາຍແລະງ່າຍ. ໃນວເລານີ້ທາງການຕ່າງໆ ຮວມດ້ວຍນັກວິທຍາສາດແລະສາທາຣະນະສຸກມີຄວາມຣະ ແວງສົງໄສວ່າຢາວັກຊີນ ໂຄວິດ-19 ທີ່ມີຢູ່ແລ້ວອາດຈະບໍ່ໄດ້ຜົນກັບສາຍພັນແດນຕາ.
Thu, 08 Jul 2021 - 06min - 3925 - ຂ່າວສຳຮັບຣະຍະ 03-7-21Thu, 08 Jul 2021 - 14min
- 3924 - ປີນີ້ ໄຂ້ເລືອດອອກໃນ ສປປລາວ ມີຫຼຸດລົງແດ່
ໄຂ້ເລືອດອອກເປັນພະຍາດທີ່ອາຣະວາດ ສປປລາວ ມານານແລ້ວແລະ ເປັນເຫດການຊ້ຳເຮື້ອທີ່ແກ່ບໍ່ຕົກບໍ່ແຕກມານານແສນນານແລ້ວດ້ວຍ. ປາກົດສ້າຈຳນວນຄົນເປັນພະຍາດດັ່ງກ່າວໃນລາວໃນຕົ້ນປີນີ້ຫຼຸດລົງ ແດ່ແລ້ວ. ດ້ວຍເຫດໃດກັນແທ້ໆ?
Thu, 01 Jul 2021 - 05min - 3923 - ສປປລາວ ບັງຂັບໃຫ້ຖຶກສັກຢາວັກຊີນ ໂຄວິດ-19 ສອງເຂັມນຶ່ງຈະຂີ່ໄດ້
ມີຄາດຄະເນວ່າຣົດໄຟຄວາມໄວສູງ ຈີນ-ລາວ ຈະເລີ້ມແລນກັນຂຶ້ນໃນວັນຊາດ 2 ທັນວາ ປີນີ້ ແຕ່ບໍ່ແມ່ນວ່າຈະຂີ່ໄປມາໄດ້ໂດຍມີອິສ ຣະພາບ. ຄົນໃດທີ່ຈະຂີ່ມັນຕ້ອງຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ຈຸບ 2 ເຂັມເສັນ/ຍກ່ອນ.
Thu, 01 Jul 2021 - 04min - 3922 - ຂ່າວສຳຮັບຣະຍະ 28-6-21Thu, 01 Jul 2021 - 12min
- 3921 - ສປປລາວ ຈະໄດ້ຮັບຢາວັກຊີນ ໂຄວິດ-19 ຫຼາຍກ່ວາ 7ລ້ານ ເຂັມ
ບໍ່ຮູ້ວ່າດ້ວຍເຫດໃດແທ້ ສປປລາວ ຈຶ່ງໄດ້ຢາວັກຊີນ ໂຄວິດ-19 ໂດຍຟຼີຢູ່ເລື້ອຍໆແລະກໍຈະໄດ້ຮັບອີກປະມານເຈັດລ້ານເຂັມ. ແຕ່ອີງຕ່ມຂ່າວຄາວຜ່ານຊືມວນຊົນໃນຄະນະນີ້ ສປປລາວ ຂາດ ເຂີນຢາວັກຊນນັ້ນແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ໄປ ຮອດໄປເຖິງແຜ່ນດິນລາວແລ້ວ. ຂໍ້ມູນມີຢູ່ວ່າ ແດນຕາ ເກ່ງກ່ວາເກົ່າແລະມີຄວາມສາມດຫຼາຍ ກ່ວາສາຍພັນອື່ນເຖິງຫຼາຍເທົ່າ.
Thu, 01 Jul 2021 - 07min - 3920 - ພໍ່ແມ່ໃນອອສເຕຼເລັຍຈະພັກການໄດ້ສອງມື້ໂດຍໄດ້ເງິນຍ້ອນການຫຼຸລູກ
ຣັຖບານອອສເຕຼເລັຍສເນີກົດໜາຍໃໜ່ອັນນຶ່ງຂຶ້ນສາະພາອອສເຕຼແລ້ວ ເພື່ອໃຫ້ພໍ່ແມ່ທີ່ຫຼຸລູກພັກການໄດ້ສອງມື້ໂດຍໄ້ດຮັບເງິນ. ການກະທຳນັ້ນຖຶກສັນຣະເສີນວ່າເປັນການຮັບຮູ້ຄວາມຍາກ ຊາຂອງການໄດ້ຮັບຜົນສະທ້ອນຈາກການຫຼຸລູກຫຼຸເຕົ້າ.
Thu, 01 Jul 2021 - 03min - 3919 - ນາຍຈ້າງສາມາດບັງຂັບໃຫ້ລູກຈ້າງຕ້ອງສັກຢາວັກຊີນ ໂຄວິດ-19 ບໍ່?
ນາຍຈ້າງສາມດຮຽກໃຫ້ລູກຈ້າງຈຳຕ້ອງຖຶກສັກຢາວັກຊີນ ໂຄວິດ-19 ບໍ່? ສານແຫ່ງນຶ່ງໃນສະຫະຣັດອະເມຣິກາພາໃຫ້ມີການໂຕ້ເຫດໂຕ້ຜົນຂຶ້ນແລ້ວ ກ່ຽວກັບຄຳຖາມນັ້ນ ອັນເປັນເຫດເປີດວິທີທາງໃຫ້ບໍ່ຣິສັດສຸຂພາບຕ່າງໆ ຮຽກໃຫ້ລູກຈ້າງຂອງພວກຂະເຈົ້າໄປໃຫ້ສັກຢາວັກຊີນ ໂຄວິດ-19 ເພ່ືວ່າ ຈະຮັກສາວຽກເຮັດງານທຳຂອງພວກຂະເຈົ້າໄວ້. ການບໍ່ໃຫ້ສັກຢາວັກຊີນນັ້ນແມ່ນມີເຫດມີຜົນຕ່າງໆນາໆ.
Thu, 01 Jul 2021 - 07min - 3918 - ການຮຽນພາສາອັງກິດ ຟຼີໆ ໃນອອສເຕຼເລັຍ
ຣັຖບານອອສເຕຼເລັຍໃຫ້ການສອນພາສາອັງກິດໂດຍບໍ່ຄິດຄ່າຫຍັງແກ່ຄົນ ຕ່າງເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນ, ອົພຍົບແລະຄົນທີ່ຖືວີຊາບາງຢ່າງ. ນີ້ເປັນສິ້ນສ່ວນນຶ່ງຂອງການຕັ້ງພູມລຳເນົາພວກດັ່ງກ່າວເພື່ອວ່າພວກຂະເຈົ້າ ນັ້ນຈະສາມດເຂົ້າຮ່ວມກັບຊິວິດໃໜ່ໃນແຫ່ງນີ້ໂດຍມີຄວາມໜາຍ. ຍ້ອນການປະຕິຮູບໂຄງການສອນພາສອັງກິດນັ້ນ ບັດນີ້ພວກດັ່ງກ່າວສາມາດ ຮ່ຳຮຽນພາສາອັງກິດນັ້ນໄດ້ເປັນເວລາຫຼາຍຕື່ມ.
Thu, 01 Jul 2021 - 06min - 3917 - ຂົງແຄ້ວນ ຊິດນີ ລ໋ອກດາວ 14 ມື້ (26-6-21)
(26-6-21) ຂົງແຄ້ວນ ຊິດຊນີ ລ໋ອກດາວ ສອງສັບປະດາຂຶ້ນແລ້ວ ສຳຮັບ "ເກຼດເຕ ຊິດນີຢ, "ບຼູ ມວງເຕນສ໌", "ແສນໂທຼນ ໂຄສຕ໌" ແລະ "ຢວູລອງຄອງ". ລ໋ອກດາວນັ້ນແມ່ນສຳຮັບແຕ່ 6 ໂມງແລງ ໃນວັນທີ 26 ມິຖຸນາ 2021 ຮອດທ່ຽງຄືນຂອງັວທີ 9 ກໍຣະກະດາ 2021. ຣັຖບານນີວຊາວແວນລໍ໌ຕໍ່ຍາວອອກລ໋ອກດາວນັ້ນພາຍຫຼັງທີ່ໄດ້ປະຊຸມສຸກ ເສີນກັນຂຶ້ນແລ້ວ. ໂຄວິດ-19 ສາຍພັນ ແດນຕາ ກຳລັງແຜ່ຣະບາດຂຶ້ນໃນຣັດນີວຊາວແວນລ໌ຢູ່.
Thu, 01 Jul 2021 - 11min - 3916 - ລາວໃນຮັດ ນີວຊາວແວນລ໌ ອອສເຕຼເລັຍຈະສເລີມສລອງສັບປະດາອົພຍົບ
ປີນີ້ 2021ອອສເຕຼເລັຍສເລີມສລອງສັບປະດາອົພຍົບ. ຈາກການສຳພາດ ທ່ານ ເດດ ສີແສງຣັດ ໃນນັ້ນຄົນລາວໃນຣັດນີວຊາວແວນລ໌ ໂດຍການນຳພາຂອງສະມາຄົມສົ່ງເສີມຊຸມຊົນລາວກໍຈະກະທັມດັ່ງນັ້ນໂດຍກິຈກັມ ຕ່າງໆມາກມາຍ. ການຈະກະທຳໂດຍສະມາຄົມນັ້ນແມ່ນເພື່ອຫັຍງກັນແທ້? ດ້ວຍເຫດໃດແທ້ນັ້ນຖຶກໂຈະໄວ້ແລ້ວ?
Thu, 01 Jul 2021 - 18min - 3915 - ການຊ່ວຍເຫຼືອ ໂຄວິ-19 ຂອງສະຫະຣັດອະເມຣິກາໄປຮອດ ສປປລາວ ແລ້ວ
ການຊ່ວຍເຫຼືອ ສປປລາວ ໃນຍາມ ໂຄວິດ-19 ມາກມາຍຖຶກນຳສົ່ງ ໄປຮອດໄປເຖິງ ສປປລາວ ແຕ່ມີຫັຍງແດ່? ທັງ ສປປລາວ ແລະ ສະຫະຮັດ ບໍ່ເປີຍເຜີຍໃຫ້ຮູ້ນຳ.
Thu, 01 Jul 2021 - 03min - 3914 - ສປປລາວ ບັດນີ້ ເຄັ່ງຄັດການກັກກວດພະຍາດ ໂຄວິດ-19 ການເຂົ້າມາຍັງປະເທດ
ໃນ ສປປລາວ ໂຄວິດ-19 ກຳລັງທະວີຄວາມຄືບເມື່ອໜ້າຂອງມັນ ຢູ່ຕລອດມາຢູ່ກະທັງທີ່ພັກຣັຖຈະເຮັດຈະກະທຳຫັຍງກໍຕາມ. ບັດນີ້ທາງການ ສປປລາວ ຫັນມາເອົາຈິງເອົາຈັງກັບການກັກ ຄົນທີ່ເຂົ້າໄປຮອດແຜນດິນລາວໄວ້ 14 ມື້ ເພ່ືອເຝົ້າຣະວັງ ແນມເບິ່ງວ່າພວກຂະເຈົ້າເປັນ ໂຄວິດ-19 ຫຼືບໍ່?
Thu, 01 Jul 2021 - 06min - 3913 - ສປປລາວ ຢືດຕໍ່ອອກຕື່ມການ ລ໋ອກດາວ ໂຄວິດ-19
ປາກົດວ່າການແຜ່ຣະບາດຂອງພະຍາດ ໂຄວິດ-19 ໃນຜືນແຜ່ນດິນລາວ ຍັງທະວີຫຼາຍຂຶ້ນຢູ່ຕລອດມາຢູ່ ກະທັ້ງທີ່ມີລ໋ອກດາວກໍຕາມແຕ່. ບັດນີ້ ສປປລາວ ຕໍ່ຍາວອອກຕື່ມການລ໋ອກດາວທີ່ມີຢູ່ແລ້ວນັ້ນ.
Thu, 01 Jul 2021 - 06min - 3912 - ປະກາດກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນ໌ (26-6-21)Thu, 01 Jul 2021 - 00min
- 3911 - ກົດເກນ ໂຄວິດ-19 ໃໜ່ (26-6-21) ສຳຮັບ ຊິດນີ
ຄົນຂອງຂົງແຄ້ວນ ຊິດນີ ຖຶກບອກເຕືອນກ່ຽວກັນທີ່ຈຳນວນຄົນເປັນ ໂຄວິດ-19 ປູດທະວີຂຶ້ນ ກະທັ້ງທີ່ຄົນນະທີ່ນັ້ນນັບເປັນຫຼາຍລ້ານຄົນ ເຂົ້າຮ່ວມເປັນສິ້ນສ່ວນຂອງ ລ໋ອກດາວ ຢ່າງກະທັນຫັນ. ຣັດ ນີວຊາວແວນລ໌ ມີຄົນເປັນ ໂຄວິດ-19 ຢ່າງມາກມາຈາກການຕິດ ແປດກັນໃນທ້ອງຖິ່ນເອງ.
Thu, 01 Jul 2021 - 05min - 3910 - ສິ່ງທີ່ທ່ານຄວນຮູ້ກ່ຽວກັບການຄັດເລືອກເຂົ້າໂຮງຮຽນມັທຍົມໃນອອສເຕຼເລັຍ
ຖ້າຫາກວ່າທ່ານກຳລັງເລືອກເອົາໂຮງຮຽນສຳຮັບຄວາມສຳເຣັດສູງສຳຮັບ ລູກໆຂອງ່ທານ ທານອາດພິຈາຣະນາເບິ່ງການຄັດເລືອກໂຮງຮຽນມັທຍົມ ບາງອັນ. ການຄັດເລືອກນັ້ນມີການແຂ່ງຂັນກັນຢ່າງມາກມາຍ.
Thu, 01 Jul 2021 - 10min - 3909 - ຂ່າວສຳຮັບຣະຍະ 26-6-21Thu, 01 Jul 2021 - 14min
- 3908 - ຣັດ ນີວຊາວແວນລ໌ ລ໋ອກດາວ
ຣັຖບານ ນີວຊາວແວນລ໌ ປະກາດ ລ໋ອກດາວ ຂຶ້ນໃນ ນີວຊາວແວນລ໌ ເພື່ອສະກັດກັ້ນ ໂຄວິດ-19 ທີ່ກຳລັງແຜ່ຣະບາດຂຶ້ນໃນຮັດດັ່ງກ່າວ. ກະຣຸນາຟັງປະກາດນັ້ນໂດຍຕັ້ງໃຈ.
Sun, 27 Jun 2021 - 01min - 3907 - ລາວເຂົ້າຮ່ວມພິທີການເປີດສວນ ດຽກບຸຊ-ປາກ
ຄົນລາວຈຸແລກໆທີ່ອົພຍົບມາຢູ່ອອສເຕຼເລັຍແຕ່ປາງວັນທີ 19 ມີນາ 1976 ຢ່າງມາມາກຕັ້ງຊີວິດໃໜ່ຢູ່ໃນຂົງແຄ້ວນນະຄອນ ແຟຟຽນ ໃນພາກຈາເຕັນຕົກ ຂອງນະຄອນຊິດນີຣັດນີວຊາວແວນ. ຕໍ່ແຕ່ນັ້ນມາລາວເຮົານັ້ນໄດ້ສົ່ງເສີມ ແຟຟຽນ ນັ້ນຕລອດມາແລະໃນຫວ່າງນຶ່ງກໍ ເຂົ້າຮ່ວມການສ້າງແລະເປີດສວນ ດຽຍບຸຊວອກ ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳັພນຂອງສະມາຄົມສົ່ງເສີມຊຸມຊົນລາວໃນຣັດນີວຊາວແວນດັ່ງຕໍ່ໄປນີ້.
Thu, 24 Jun 2021 - 14min - 3906 - ຍີ່ປຸ່ນຈະຊົດຊ່ວຍ ໂຄວິ-19 ແກ່ ອາຊຽນ
ຄົນໃນບັນດາປະເທດ ອາຊຽນ ເປັນ ໂຄວິດ-19 ມາກມາຍທັງກໍມີຄວາມຍາກຊາ ໃນການຄວບຄຸມມັນດ້ວຍ. ເຖິງແມ່ນປະເທດຍີ່ປຸ່ນມີບັນຫາໜັກກັບ ໂຄວິດ-19 ກໍຕາມ ຍ່ີປຸານລົງໄມ້ລົງ ມືຊົດຊ່ວຍ ອາຊຽນແລ້ວ.
Thu, 24 Jun 2021 - 04min - 3905 - ຣົດໄຟຄວາມໄວສູງ ສປຈີນ ຈະມາຮອດກາສີໃນໄວໆນີ້
ເສັນທາງຣົດໄຟຄວາມສູງ ຈີນ-ລາວ ຖຶກສ່າງເກືອບສຳເຣັດແລ້ວ ຫຼືເປັນຢ່າງໜ້ອຍຈະໃຫ້ທັນວັນທີ 2 ທັນວາ 2021. ແລະຫົວຣົດໄຟຄວາມໄວສູອງຂອງ ສປຈີນ ຄັນແລກໆກໍຈະມາ ຮອດສະຖານີຣົດໄຟກາສີຂອງແຂວງວຽງຈັນໃນໄວໆນີ້ດ້ວຍ.
Thu, 24 Jun 2021 - 04min - 3904 - ສປປລາວ ຈະທຳຣາຍຣະເບີດທີ່ຄ້າງຄາຈາກສົງຄາມ 5,000 ລູກໃນໄວໆນີ້
ຜືນແຜນດິນລາວມີຣະເບີດທີ່ຄ້າງຄາ ບໍ່ທັນແຕດເທື່ອ ມາກມາຈາກຄົງຄາມ ໃນລາວຂອງປາງສະໃໜ່ເສິກແກວເວຽດນາມ, ຝຣັ່ງເສດແລະສະຫະຣັດອະເມ ຣິກາ. ໃນໄວໆນີ້ຣະເບີດນັ້ນປະມານ ຫ້າພັນລູກທີ່ຖຶກເກັບກູ້ໄດ້ຈະຖຶກທຳລາຍຖີ້ມກ
Thu, 24 Jun 2021 - 05min - 3903 - ອອສເຕຼເລັຍຟ້ອງຮ້ອງ ສຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບພາສີເຫຼົ້າໜາກອາງຸ່ນ
ອອສເຕຼເລັຍກຳລັງຟ້ອງຮ້ອງເອົາ ສປຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບ ທີ່ ສປຈີນ ເທຖອກພາສີ "ທາຣິບຟ໌" ໃ່ສເຫຼົ້າໜາກອາງຸ່ນຂອງອອສເຕຼເລັຍ ທີ່ເຂົ້າໃນຍັງຈີນແຜ່ນດິໃຫຍ່. ຮັ້ຖບານອອສເຕຼເລັຍເວົ້າວ່າພາສີນັ້ນສ້າງຄວາມເສັຍຫານອັນຮ້າຍແຮງໃສ່ ອຸສຫະກັມເຫຼົາໜາກອາງຸ່ນໃນອອສເຕຼເລັຍແລະອອສເຕຼເລັຍບໍ່ມີທາງເລືອກ ນອກຈາກມີແຕ່ນຳເອົາ ສປຈີນ ຂຶ້ນສານອົງການຄ້າໂລກ.
Thu, 24 Jun 2021 - 06min - 3902 - ບາງປະເທດເປີດປະຕູປະຕ່າງແຕ່ກໍມີປະເທດທີຍາກຊາຢູ່
ບາງປະເທດໃນໂລກນີ້ດັ່ງປະເທດອິນເດັຍແລະຝຣັ່ງເສດເລີ້ມເປີດປະຕູປະຕ່າງ ຂຶ້ນແລ້ວເພື່ອເປັນການກະຕຸກກະຕຸ້ນເສຖກິດຂຶ້ນໃໜ໋ ແຕ່ກໍມີປະເທດອື່ນໆ ດັ່ງຣັດເຊັຍທີ່ລ້າຊ້າໃນການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນໃນຣັດເຊັຍຢູ່ ອັນເປັນການຈ່ອງດຶງໄວ້ຄວາມຄືບເມືອໜ້າ.
Thu, 24 Jun 2021 - 08min - 3901 - ຂ່າວສຳຮັບຣະຍະ 21-6-21Thu, 24 Jun 2021 - 13min
- 3900 - ບັດນີ້ ສປປລາວ ເລີ້ມສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງຊາດ
ນັບຕັ້ງແຕ່ທີ່ ສປປລວ ຖຶກບຸກຣຸກໂດຍ ໂຄວິດ-19 ປາກົດວ່າ ບັດນີ້ໃນລາວເລີ້ມ ມີການເລີ້ມສັກດຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງປະເທດທີ່ຢູ່ໃນລາວແລ້ວ. ອີງຕາມຮູບພາຍໃນຊື່ມວນຊົນຕ່າງໆ ພ້ອມດຽວກັນນັ້ນກໍມີຄົນໄປໃຫ້ສັກຢາວັກຊີນ ນັ້ນຈົນມີສໍຣະວົນກັນຂຶ້ນແລະບໍ່ມີການປະຕິບັດຕາມກົດເກນການປ້ອງກັນພະຍາດ ໂຄວິດ-19 ຢ່າງຖອກຕ້ອງໃນບາງແຫ່ງ.
Thu, 24 Jun 2021 - 06min - 3899 - ພາກເໜືອ ສປປລາວ ຖືກພະຍຸ ໂຄງູມາ ຮ້າຍແຮງ
ເກືອທຸກແຫ່ງໃນພາກເໜືອ ສປປລາວ ຖຶກກະແທກຢ່າງແຮງໂດຍພະຍຸ ໂກງຸມາ. ນອກນັ້ນມັນກໍເຮັດໃຫ້ມີນ້ຳຖວມມາກມາຍດ້ວຍ ເຊັ່ນ ຕລອດເຖິງຂົງເຂດເມືອງ ວັງວຽແຂວງວຽງຈັນແລະພາກເໜືອຂອງປະເທດໄທຍ໌ນຳດ້ວຍ.
Thu, 24 Jun 2021 - 05min - 3898 - ວ່າບ້ານຖຶກເຜົາກ້ຽງໂດຍກອງທັບພະມ້າ
ໃນປະເທດພະມ້າ ບ້ານທັງບ້ານຖຶກຈູດເຜົາຈົນກ້ຽງແລະຊາວບ້ານສາມຄົນ ຖຶກຂ້າຕາຍແລະບ້ານເຮືອນຫຼາຍຮອຍຫຼັງຖຶກທະຣາຍຖິ້ມ. ນັ້ນຄືສິ່ງທີ່ເກີດມາຈາກຄວາມຮຸຮແຮງຕ່າງໃນປະເທດພະມ້າ. ເມືອງ ກິນມາ ເປັນ່ີທຢູ່ກິນຂອງຄົນປະມານນຶ່ງພັນຄົນ ແລະຖຶກ ລາຍງານມາວ່າຖຶກໂຈະໂຈງໃສ່ໂດຍກຳລັງທະຫານພະມ້າທີ່ຕາມ ຊອກຫາກຳລັງປະກອບອາວຸດໃນທ້ອງຖິ່ນ.
Thu, 24 Jun 2021 - 06min - 3897 - ເປັນຄ້າຍກັບວ່າຣັຖານອອສເຕຼເລັຍບໍ່ສອດຄ່ອງກັນກ່ຽວກັບການບໍ່ປັ່ນຄວັນ ຄາກບອນ ຈັກດີ້
ສະກອດ ມໍຣິຊັນ, ນາຍົກຣັຖມົນຕີອອສເຕຼເລັຍກັບຄືນມາຈາກການໄປຮ່ວມ ກອງປະຊຸມ ຊີ-7 ແລະ ທຸຣະກິດໃນຕ່າງປະເທດແລ້ວ ່ີທໃນກອງປະຊຸມ ຊີ-7 ນັ້ນ ເຣື່ອງການປ່ຽນແປງຂອງອາກາດເປັນຫົວຂໍ້ຣະດັຍສູງອັນນຶ່ງ. ແຕ່ບາດທ່ານກັບບ້ານແລ້ວທ່ານຕົກຢູ່ໃນສະພາບອັນເຮີະຮ້າຍກ່ວາກ່ຽວກັບ ການແປງຂອງອາກາດກ່ອນເມື່ອທີ່ທ່ານໄປປະຊຸມນັ້ນ.
Thu, 24 Jun 2021 - 05min - 3896 - ຮັຖບານທັງຫຼາຍດັນໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້
ຍ້ອນທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ຣະບາດຂຶ້ນໃນໂລກນີ້ ຣັຖບານຂອງ ໂລກນີ້ກຳລັງດັນໃຫ້ຄົນໄປໃຫ້ສັກຢາວັກຊີ ໂຄວິດ-19 ໃຫ້ໄດ້ຫຼາຍເທົາ່ທີ່ຈະຫຼາຍໄດ້. ມະນຸດໃນໂລກນີ້ເຖິງປະມານເກືອບ 2,500 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໄປແລ້ວໃນຫວາງກ່ອນນີ້ບໍເທົ່າໃດ.
Thu, 24 Jun 2021 - 07min - 3895 - ທາງການໄຕ່ຕາມເບິ່ງການຣະບາດຂອງ ໂຄວິດ-19 ໃນຊິດນີ
ທາງການຕ່າງໆຂອງຣັດນີວຊາວແວນ ຢ່າງໜັກນໜ່ວງ ກຳລັງເຮັດວຽກຢ່າງຂະຫຍັນ ເພື່ອຄວບຄຸມພະຍາດ ໂຄວິ-19 ທີ່ຣະບາດຂຶ້ນໃນຫວ່າງນຶ່ງນີ້ ພາຍຫຼັງທີ່ຄົນຂັບຣົດຄົນ ນຶ່ງທີ່ຂົນສົ່ງຄະນະຄົນຂອງການບິນສາກົນຖຶກກວດເຫັນເປັນ ໂຄວິດ-19. ເຫດການດັ່ງກ່າວກຳລັງເປັນບັນຫາທີ່ທະວີຂຶ້ນ.
Thu, 24 Jun 2021 - 08min - 3894 - ຂ່າວສຳຣະຍະ 19-6-21Thu, 24 Jun 2021 - 12min
- 3893 - ການຕ້ອງຫ້າມໃໜ່ກ່ຽວກັບ ໂຄວິດ-19 ໃນຣັດວິກຕໍເຣັຍຕັ້ງແຕ່ 18-6-21
ຣັດວິກຕໍເຣັຍອອກກົດເກນໃໜ່ກ່ຽວກັບ ໂຄວິດ-19 ອອກມາແລ້ວສຳຮັບແຕ່ ວັນສຸກທີ 18-6-21 ເປັນຕົ້ນໄປຈົນກ່ວາມີການປ່ຽນແປງ. ໃນນັ້ນມີຫັຍງແດ່?
Fri, 18 Jun 2021 - 04min - 3892 - ປະຫັວດ ທອງວອນ ຂັນນະຣາ ນັກຮ້ອງລາວຄົນດັງ
ສຳພາດ : ການເປັນນັກຮ້ອງສຽງດີສຽງເດັ່ນ ບໍ່ແມ່ນຂອງງາຍໆ ແຕ່ແທ້ໆແລ້ວ ອາດຕ້ອງມີພອນສວັນຊ້ຳ. ໃນວົງສັງຄົມລາວນອກມີນັກຮ້ອງຫຼາຍຄົນທີ່ໂດ່ງດັງ. ນຶ່ງໃນນັ້ນມີຍານາງ ທອງວອນ ຂັນນະຣາ ທີ່ເປັນດາຮາຄົນດັງທີ່ຮ້ອງ ທັງເພງລາວແລະລຳໄດ້ດີແລະມ່ວນເປັນພີເສດ.
Thu, 17 Jun 2021 - 06min - 3891 - ນ້ຳບາກ ປ່ຽນເປັນສີຂຽວ
ໃນປາງສະໃໜເສີກສົງຄາມໃນລາວ ມັນເປັນແມານ້ຳຍຸທສາດອັນນຶ່ງກໍວ່າໄດ້. ສິ່ງແນ່ນນອນແມ່ນມັນທີ່ທຳມາຫາກິນຂອງົຄນໃນຂົງເຂດມາແຕ່ໃດໆ, ແຕ່ບັດນີ້ມັນປາກົດການເປັນນ້ຳສີຂຽວ. ດ້ວຍເຫດໃດກັນແທ້?
Thu, 17 Jun 2021 - 03min - 3890 - ງົວ-ຄວາຍເປັນພະຍາດ ລຳປີ ສະກິນ ຮ້າຍແຮງຂຶ້ນໃນ ສປປລາວ
ພະຍາດລຳປີສະກິນເກີດມາຈາກແມພະຍາດ ໄວຣັສ ທີສັດເປັນກັນແລະຄົນກໍເປັນໄດ້. ພະຍາດນີ້ເປັນອາການທີ່ຍັງບໍ່ຖຶກປິ່ນປົວໄດ້ນອກຈາກມີແຕ່ສັກຢາວັກດຊີນກັນໄວ້. ບັດນີ້ງົວຄວາມນໃນ ສປປລາວ ເປັນພະຍາດດັ່ງກ່ວາຫຼາຍຂຶ້ນແລະໃນຫຼາຍຫົນແຫ່ງແລ້ວ.
Thu, 17 Jun 2021 - 08min - 3889 - ຖ້ຳເສັ້ນທາງຣົດໄຟລາວ-ຈີນອັນສຸດທ້າຍຖຶກສ້າງສຳເຣັດແລ້ວ
ເສັ້ນທາງຣົດໄຟຄວາມໄວສູງຈີນຫ-ລາວຢືດຍາວແລະຕົກເປັນຣາຄາອັນມະຫາສານ ທີ່ ສປປລາວ ມີໜີ້ມີສິນກັບ ສປຈີນ ມາກມາຍແທ້ໆຍ້ອນ. ບັດນີ້ໂອມໂມງອັນສຸດທ້າຍຂອງເສັ້ນທາງນັ້ນທີ່ຍືດຍາວປະມານເກົ້າກິໂລແມດປາຍ ຖຶກສ້າງສຳເຣັດໃນ ສປຈີນ ແລ້ວ ແຕ່ໂຄງການຣົດໄຟຄວາມໄວສູງຈີນ-ລາວນັ້ນຈະ ຖຶກເປີດຂຶ້ນໂດຍເປັນທາງການແລະສົມບຸນແບບທັນເວລາທີ່ບົ່ງໄວ້ບໍ່?
Thu, 17 Jun 2021 - 06min - 3888 - ປອດພັຍບໍ່ທີ່ຈະສົ່ງຢາບ້າມາຍັງອອສເຕຼເລັຍໂດຍທາງ ອີແອມແອດສ໌?
ຢາ ອາຍສ໌ ເປັນຢາບ້າຊະນິດນຶ່ງທີ່ຄົນເສບມັນແລະກັບກາຍເປັນຄົນທີ່ຕິດມັນ. ຢາດັ່ງກ່າວເປັນຂອງທີ່ຫາໄດ້ຍາກ. ມັນຖຶກລັກລອບເອົາເຂົ້າມາຍັງອອສເຕຼເລັຍໂດຍນາໆວິທີການ. ແຕ່ການສົ່ງມັນມາຜ່ານ ອີແອມແອດສ໌ ມັນປອດພັຍບໍ່?
Thu, 17 Jun 2021 - 04min - 3887 - ຄົນອອສເຕຼເລັຍສູນເສັຍຫຼາຍລ້ານດອນລາແກ່ການຕົວະຕົ້ມໃນປີ 2020.
ໜັງສືລາຍງານຂັ້ນແຫ່ງຊາດບອກໃຫ້ຮູ້ເຫັນວ່າຄົນອອສເຕຼເລັຍສູນເສັຍເງິນຄຳມາກມາຍ ເປັນປະຫວັດການໃນປີ 2020 ໃຫ້ແກ່ການຕົວະຕົ້ມຕ່າງໆ. ນັ້ນຕົກເປັນ 850 ລ້ານ ດອນ. ສ່ວນໃຫຍ່ແລ້ວແມ່ນການຕົວະຕົ້ມກ່ຽວກັບການໜູນເງິນໜູນຄຳແລະການຕົວະຕົ້ມໃນ ດ້ານຄວາມຮັກອັນລຶກຊຶ້ງ.
Thu, 17 Jun 2021 - 06min - 3886 - ຄົນ ຕໍແຣສ ສະເຕຼດຕ໌ ມີອາລົມຮ້າຍກັບການສັກຢາວັກຊີນ ໂຄວິດ-19
ຄົນອອສເຕຼລຽນ່ີທຢູ່ກິນໃນຊາຍແດນທີ່ຕິດກັບປະເທດປາປົວນີວກີນີ ໃຈຮ້າຍແລະເຫຼືອອົກເຫຼືອໃຈພາຍຫຼັງນາຍົກຣຖັມົນຕີ ສະກອດຕ໌ ມໍຣິຊັນ ໃຫ້ຄຳໜັນສັນຍາຈະສັກຢາວັກຊີນ ໂຄວິດ-19 ແກ່ຂົງເຂດ ຕໍເຣັດສ໌ ສະເທດຕ໌ ຢ່າງຮີບດ່ວນແຕ່ນີ້ຍັງບໍ່ຖຶກກະທຳຂຶ້ນເທື່ອສຳຮັບເຂັມທີ່ສອງ. ຊາຍແດນອອສເຕຼເລັຍທີ່ຕິດກັບປະເທດ ປາປົວນີວກີນີ ມີັນຄົນເປັນພະຍາດ ໂຄວິດ-19 ຫຼາຍ.
Thu, 17 Jun 2021 - 07min - 3885 - ຄົນອາຟການທີ່ມີຄວາມຢ້ານກົວຕຽມໂຕບິນມາຍຢູ່ອອສເຕຼເລັຍ
ຄົນອາຟການຈຳນວນນຶ່ງທີ່ເຮັດວຽກໃຫ້ແກ່ທະຫານອອສເຕຼເລັຍ ຖຶກບອກໃຫ້ຕຽມເນື້ອຕຽມໂຕເພື່ອສຸກເສີນມາຢູ່ອອສເຕຼເລັຍ. ມີການເຂົ້າໃຈວ່າພວກເຫຼົານີ້ຈະມີຄວາມສ່ຽງພັຍມາກມາຍເມື່ອ ອອສເຕຼເລັຍຫາກຖອນໂຕອອກໄປຈາກອາຟການິສຖານແລ້ວ.
Thu, 17 Jun 2021 - 06min - 3884 - ຄົນຕັດສັນຊາດສະບານໂຕໜ້າຕໍ່ໜ້າເອົາສັນຊາດອອສເຕຼລຽນ
ພາຍທີອອສເຕຼເລັຍປິດຊາຍແດນແລະທີ່ອອສເຕຼເລັຍມີເສຖກິດອັນບໍ່ແນ່ນອນ ບັດນີ້ມີການສະບານໂຕເອົາສັນຊາດອອສເຕຼເລັຍຄືນໃໜ່ແລ້ວ. ພິທີການສະບານໂຕນັ້ນກຳລັງຖຶກເລັ່ງລັດຂຶ້ນທົ່ວອອສເຕຼເລັຍຢູ່.
Thu, 17 Jun 2021 - 05min - 3883 - ຂ່າວສຳຮັບຣະຍະ 14-6-21Thu, 17 Jun 2021 - 12min
- 3882 - ກອງປະຊຸມພິເສດ ອາຊຽນ-ສປຈີນ ຂອງຫ່ວາງນຶ່ງນີ້Thu, 17 Jun 2021 - 06min
- 3881 - ມັນປອດພັຍບໍ່ທີ່ຈະສົ່ງຢາບ້າໄປຍັງອອສເຕຼເລັຍໂດຍທາງ ອີແອມແສດສ໌?
ຢາບ້າຖຶກນຳເຂົ້າປະເທດໂດຍມາວິທີການ. ປະເທດອອສເຕຼເລັບມີການຕໍ່ຕ້ານຢາເສດຕິດຢ່າງເຄັງຄັດແລະໄດຜົນດີ. ວິທີການອັນນຶ່ງທີ່ນຳຢາເສດຕິດມາຍັງອອສເຕຼເລັຍແມ່ນສົ່ງມັນມາທາງ ໄປສະນີແນວໃດແນວນຶ່ງ ດັ່າງຜ່ານ ອີແອມແສດສ໌ ແຕ່ມັນຈະຕລອດປອດ ພັຍບໍ່?
Thu, 17 Jun 2021 - 04min - 3880 - ການສັກຢາວັກຊີນ ຟາຍເຊີ ໃນ ສປປລາວ
ສປປລາວ ຖຶກບຸກຣຸກໂດຍ ໂຄວິດ-19 ມາຊົ່ວຣະຍະນຶ່ງແລ້ວ ທີ່ໃນວັນທີ 17-6-21 ມີຄົນເປັນ ໂຄວິດ-19 ເຖິງປະມານ 2033 ຄົນແລ້ວທີ່ກໍທະວີຂຶ້ນຕລອດມາຢູ່. ສປປລາວ ໄດ້ຮັບການຊ່ວຍເຫຼືອກ່ຽວັກຍ ໂຄວິດ-19 ຈາກຕ່າງປະເທດມາກມາຍ ເຊັ່ນ ຈາກສະຫະປະຊາຊາດ (ໂຄແວກສ໌) ອອສເຕຼເລັຍ ສະຫະຣັດອະເມຣິກາ ແລະອື່ນໆ. ໃນຂະນະນີ້ ສປປລາວກຳັງຈາັກຢາວັກຊີນ ໂຄວິດ-19 ໂດຍໃຊ້ຢາ ຟາຍເຊີ ຈຳນວນນຶ່ງຢູ່.
Thu, 17 Jun 2021 - 07min - 3879 - ຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍ ໜີຈາກ ຍ້ອນກົດເກນຊາຍແດນອອສເຕຼເລັຍ
ການທີ່ຣັຖບານອອສເຕຼເລັຍຈະບໍ່ເປີດຊາຍແດນຕໍ່ສາກົນນາໆຊາດ ຈົນກ່ວາຮອດກາງປີ 2022 ເປັນການເຮັດໃຫ້ຄົນຕ່າງປະເທດທີ່ມາ ຢູ່ອອສເຕຼເລັຍຢ່າງຖາວອນລໍຖ້າບໍ່ໄດ້ໃນການຈະໄປຢຽມຢາມຍາດຕິ ພີ່ນ້ອງໃນຕ່າງປພເທດ. ຫຼາຍຄົນໜີໄປຈາກອອສເຕຼເລັຍຢ່າງຖາວອນແລ້ວຫຼືກຳລັງຈະໜີໄປຢູ່. ນີ້ເປັນການສ້າງຄວາມເສັຍຫາຍແກ່ເສຖກິດອອສເຕຼເລັຍທີ່ຕ້ອງການ ແຮງງານທີ່ມີຄວາມສ່ຽວຊານຢູ່ແລ້ວ.
Thu, 17 Jun 2021 - 07min
Podcasts similaires à SBS Lao - SBS ພາສາລາວ
- Conversations ABC listen
- El Partidazo de COPE COPE
- Herrera en COPE COPE
- Es la Mañana de Federico esRadio
- La Noche de Dieter esRadio
- Hondelatte Raconte - Christophe Hondelatte Europe 1
- 財經一路發 News98
- La rosa de los vientos OndaCero
- Más de uno OndaCero
- La Zanzara Radio 24
- L'Heure Du Crime RTL
- El Larguero SER Podcast
- Nadie Sabe Nada SER Podcast
- SER Historia SER Podcast
- Todo Concostrina SER Podcast
- 安住紳一郎の日曜天国 TBS RADIO
- アンガールズのジャンピン[オールナイトニッポンPODCAST] ニッポン放送
- 辛坊治郎 ズーム そこまで言うか! ニッポン放送
- 飯田浩司のOK! Cozy up! Podcast ニッポン放送
- 吳淡如人生實用商學院 吳淡如
- 武田鉄矢・今朝の三枚おろし 文化放送PodcastQR
Autres podcasts de Actualités et Politique
- The Ray Hadley Morning Show 2GB
- Ben Fordham Live on 2GB Breakfast Radio 2GB
- You Cannot Be Serious Sam Newman & Don Scott
- The Bolt Report Sky News Australia / NZ
- Nights with John Stanley 2GB & 4BC
- Dateline NBC NBC News
- Credlin Sky News Australia / NZ
- Global News Podcast BBC World Service
- 3AW Mornings with Tom Elliott 3AW
- Late Night Live - Full program podcast ABC listen
- Six Tackles With Gus 9Podcasts
- The Dan Bongino Show Cumulus Podcast Network | Dan Bongino
- Ukraine: The Latest The Telegraph
- Paul Murray Live Sky News Australia / NZ
- Sky Sports Radio's Big Sports Breakfast Sky Sports Radio
- Australia Overnight with Mike Jeffreys 2GB
- The Rita Panahi Show Sky News Australia / NZ
- NRL 360 Fox Sports Australia
- 2GB Weekends - Full Show 2GB
- UFO WARNING UFO WARNING
SBS Arabic24 Podcasts
- SBS Vietnamese - SBS Việt ngữ SBS
- SBS Cantonese - SBS廣東話節目 SBS
- SBS Tamil - SBS தமிழ் SBS
- SBS Nepali - एसबीएस नेपाली पोडकास्ट SBS
- SBS Hindi SBS
- SBS Bangla - এসবিএস বাংলা SBS
- SBS Malayalam - എസ് ബി എസ് മലയാളം പോഡ്കാസ്റ്റ് SBS
- SBS Mandarin - SBS 普通话电台 SBS
- SBS Tigrinya - ኤስ.ቢ.ኤስ ትግርኛ SBS
- SBS Bulgarian - SBS на Български SBS
- SBS Japanese - SBSの日本語放送 SBS